ຍິນດີຕ້ອນຮັບເຂົ້າສູ່ເວບໄຊນາງເວຈັນສຸກສາຄອນ
Wednesday, December 20, 2017
Wednesday, December 13, 2017
Monday, December 11, 2017
ເມນູນອາຫານລາວ
ປະເພດອາຮ້ານມີຫຼາຍຊະນິດ ມີແຕ່ແນວແຊບແຊບ ມີຄົບທຸກຢ່າງ
ປະເພດຍຳ
ປະເພດຂົ້ວ
ປະເພດຕົ້ມຍຳ
ປະເພດແກງຈືດ
ປະເພດຕຳ
ຂໍ້ຂອບໃຈທີ່ທ່ານມາອຸດໜູນ ທີຫານອາຮ້ານນາງ ເວຈັນ ສຸກສາຄອນ
ແຫຼງທອ່ງທຽ່ວເມື່ອງລາວມ່ວນຊື່ນສຸກໃຈສະດວກປອດໄພໃສ່ສິ່ງແວດລອ້ມ
ນ້ຳຕົກຫຼີ່ຜີ ມະຫານະທີ ສີ່ພັນດອນ
ດອນຄອນ
ເປັນເກາະນ້ອຍໆ ໜຶ່ງໃນ ມະຫານະທີສີ່ພັນດອນ ຕັ້ງຢູ່ທາງຕອນເໜືອຂອງ ດອນຄອນ
ມີເຮືອຫາງຍາວລຳນ້ອຍໃຫ້ບໍລິການ ຂຶ້ນລົງຕາມຮ່ອງນ້ຳແຄບໆ ລະຫວ່າງດອນເດດ ແລະ ດອນຄອນ ທັງສອງເກາະນີ້
ເມື່ອສະໄໝຝຣັ່ງຍຶດຄອງອິນດູຈີນ ຈຳເປັນຕ້ອງສົ່ງສິນຄ້າ ແລະ ສິ່ງຂອງຕ່າງໆ
ຂຶ້ນໄປຕອນກາງປະເທດ ແຕ່ຕ້ອງຕິດຂັດກັບເກາະແກ້ງຂະໜາດໃຫຍ່ ເຮັດໃຫ້ເຮືອສິນຄ້າ
ບໍ່ສາມາດແລ່ນຜ່ານໄປໄດ້ ຈຶ່ງໄດ້ສ້າງທ່າເຮືອ ແລະ ທາງລົດໄຟເທິງດອນຄອນ
ໄວ້ສຳລັບເປັນທ່າເຮືອ ເພື່ອຂົນຖ່າຍສິນຄ້າລົງເຮືອໃໝ່ ຫົວຈັກລົດໄຟອາຍນ້ຳ ແລະ
ລາງລົດໄຟໃນປັດຈຸບັນຍັງມີຊາກປະຫຼັກຫັກພັງໃຫ້ເຫັນກ່ອນເຖິງນ້ຳຕົກຫຼີ່ຜີ
ບັນຍາກາດອ້ອມຮອບເກາະງຽບສະຫງົບ ວິຖີການເປັນຢູ່ຂອງຊາວບ້ານແຄມຝັ່ງນ້ຳອັນລຽບງ່າຍ
ຕະຫລອດຈົນຄວາມຮົ່ມເຢັນຂອງ ຕົ້ນໝາກພ້າວຫລາຍໆ ຕົ້ນ ບໍລິເວນທົ່ວເກາະ
ກໍເຮັດໃຫ້ເກາະແຫ່ງນີ້ເປັນເກາະທີ່ໜ້າຢູ່ ແລະ ໄດ້ຮັບຄວາມນິຍົມຂອງຕ່າງຊາດ(ເອີຣົບ ແລະ
ອາຊີ) ທີ່ມາພັກ ແລະ ທ່ອງທ່ຽວ ຢູ່ອາໄສຫລາຍໆ ມື້ ແບບ long term ຖືໄດ້ວ່າເປັນສະຫວັນ ຂອງຄົນຮຽບງ່າຍ ບໍ່ຕ້ອງການຄວາມສິີວິໄລ
ຂໍຕິດ ແລະ ເກາະທຳມະຊາດໄວ້ນ້ຳຕົກຫຼີ່ຜີ ຫລື ຫຼີ່ຜີ ເອີ້ນອີກຊື່ໜຶ່ງຄື ຕາມສຳພະມິດ.
ນ້ຳຕົກຫຼີ່ຜີຕັ້ງຢູ່ໃນເຂດດອນຄອນ ນ້ຳຕົກລີ່ຜີ ເກີດຈາກນ້ຳທີ່ໄຫລຖາໂຖມຜ່ານເກາະ
ເນີນຫິນ ຊຶ່ງເປັນໂງ່ນຫິນ
ແກ້ງຫິນອັນແຂງແກ່ນຕົກລົງມາດ້ວຍກຳລັງແຮງແຕກເປັນລະອອງສີຂາວໄປທົ່ວ ລະຫວ່າງ
ລະອອງນ້ຳຕົກ ກະທົບແກ້ງຫີນ ເກີດເປັນ ລະອອງປຸຍ ສີຄາມ ເບິ່ງສວຍງາມຕື່ນຕາ ຕື່ນໃຈ
ສຳລັບຜູ້ພົບເຫັນ ເປັນຢ່າງດີຫຼີ່ຜີນັ້ນ ມີເລື່ອງລາວ ປະຫວັດສາດຕ່າງໆ ລ້ວນມີຄວາມສຳຄັນ
ແລະ ກ່ຽວຂ້ອງກັບຫຼີ່ຜີ ແລະ ຄວາມອຸດົມສົມບູນ ຂອງ ສັດນ້ຳ ທີ່ແຫ່ງນີ້
ຍັງອຸດົມສົມບູນຢູ່ໃນປັດຈຸບັນ. ຫຼີ່ ເປັນ ພາສາລາວ ໝາຍເຖິງ
ເຄື່ອງມືຫາປາຊະນິດໜຶ່ງມີລັກສະນະຄ້າຍລອບ ຊຶ່ງ ມີໃຫ້ເຫັນກັນທົ່ວໄປ ສ່ວນຄຳວ່າ ຜີ ໝາຍເຖິງສົບຄົນຕາຍ
ຊຶ່ງບໍລິເວນ ນ້ຳຕົກລີ່ຜີ ຈະມີກະແສນ້ຳໄຫລບ່າຕາມພື້ນທົ່ງຮາບຜ່ານແຜ່ນຫິນ
ແລ້ວໄຫລຕົກລົງມາກົງຊ່ອງຊອກພວກເຂົາ ທີ່ແຕກແຍກ ອອກຈາກກັນ
ກະແສນ້ຳສີຂຽວເຂັ້ມໃນລະດູແລ້ງ ຫຼື ສີຊາໃນລະດູຝົນ ຈະໄຫລບ່າຕົກລົງມາເບື້ອງລຸ່ມ
ຈາກນັ້ນຈຶ່ງໄຫລໄປຕາມຮອຍແຍກ ຂອງຊອກພວກເຂົາເປັນທາງຍາວຫຼາຍກິໂລແມັດ ຈຸດທີ່ພົບສົບ
(ທີ່ມາຂອງຄຳວ່າ ຜີ ແລະ ສົນທິກັນ ເປັນ ຫຼີ່ຜີ) ຫລາຍໆ ຄື ບໍລິເວນຮ່ອງຫີນຂອງ
ນ້ຳຕົກຫຼີ່ຜີ ບໍລິເວນນີ້ກະແສນ້ຳຈະໄຫລມາລວມຕົວກັນເປັນແອ່ງຂະໜາດໃຫຍ່
ຈາກນັ້ນນ້ຳຈະວົນໄປມາແລ້ວຈຶ່ງໄຫລຕົກລົງໄປ ດ້ານລຸ່ມຜ່ານຊອກ ແລະ ຫລືບຫິນແຄບໆ
ເຮັດໃຫ້ສົບຂອງທະຫານ ໃນສະໄໝສົງຄາມອິນດູຈີນຈຳນວນຫລາຍຟູມາຕິດໃນ
ລີ່ຫາປາປະຊາຊົນຈຶ່ງເອີ້ນນ້ຳຕົກຕາດແຫ່ງນີ້ວ່າ ລີ່ຜີ.
ນ້ຳຕົກຕາດຜາສ້ວມ
ຄອນພະເພັງ ແມ່ນໜຶ່ງໃນຈໍານວນນໍ້າຕົກຕາດ ຂອງສາຍພູເຫຼັກ ອັນຍາວຢຽດ, ຂັ້ນຕອນລໍາແມ່ນໍ້າຂອງຕອນໃຕ້ຂອງ ປະເທດເຮົາ
ທີ່ນອນຢູ່ດິນແດນ ເຂດມະຫານະທີ ສີພັນດອນ ເຊິ່ງມີຄວາມຍາວເຖິງ 15 ກິໂລແມັດ, ທຳມະຊາດໄດ້ເສກສັນ
ປັ້ນແຕ່ງໃຫ້ນ້ຳໂຕນຕາດແຫ່ງນີ້ ມີຄວາມສວຍສົດງົດງາມ ແລະ ມີສຽງດັງ, ຄຶກຄື້ນ, ມ່ວນຊື່ນ, ອອນຊອນໃຈ ບໍ່ມີທິວ ທັດທຳມະຊາດແຫ່ງໃດໃນພາກພື້ນ
ສະເໝີເໝືອນ; ອົງການແມ່ນນ້ຳຂອງ
ຈຶ່ງໄດ້ຂະໜານນາມວ່າ: "ໄຂ່ມຸກແຫ່ງແມ່ນ້ຳຂອງ"
ແຫລ່ງ: ອົງການພັດທະນາການທ່ອງທ່ຽວ
ວັດພູຈຳປາສັກl
ສະຖານທີທ່ອງທ່ຽວຜາຫີນອັນດັບໂລກຂອງລາວ
ຕັ້ງຢູ່ຝັ່ງຂວາ(ຝັ່ງຕາເວັນຕົກ)
ຂອງແມ່ນໍ້າຂອງ, ຫ່າງຈາກໃຈກາງແຂວງຈໍາປາສັກປະມານ
40
ກວ່າກິໂລແມັດ, ສະຖານບູຮານວັດພູ ຖືກຮັບຮູ້ມາເປັນເວລາດົນ ນານແລ້ວ ມັນເປັນຕົວແທນອັນສໍາຄັນ ທາງດ້ານສະຖາປັດຕະຍະກໍາ
ໃນຍຸກສະໄໝກ່ອນ ແລະ ຍຸກສະໄໝອັງກໍວັດ ໃນສັດຕະວັດທີ 7 ຫາ 12 ອີງຕາມການຄົ້ນຄວ້າເມື່ອບໍ່ດົນນານມານີ້
ໄດ້ສະແດງໃຫ້ເຫັນວ່າ: ກຸ່ມສະຖານບູຮານວັດພູ ແມ່ນຈຸດໃຈກາງຂອງພື້ນທີ່ ທາງວັດທະນະທໍາ ໃນຂົງເຂດທົ່ງພຽງຈໍາປາສັກ ໂດຍເອົາຈອມ ພູເກົ້າ ເປັນຈຸດສຸມ ແລ້ວຂະຫຍາຍອອກ
ໄປເຖິງດ້ານຕາເວັນຕົກຂອງສາຍພູເກົ້າ ແລະ ທິດຕາເວັນອອກຂອງຝັ່ງແມ່ນໍ້າຂອງ
ເຊິ່ງປະກອບມີວັດວາອາຣາມ, ອ່າງເກັບນໍ້າ (ໜອງສະບູຮານ), ຮ່ອງລະບາຍນໍ້າ, ແຫຼ່ງຕັດຫີນ, ແຫຼ່ງທີ່ຕັ້ງຂອງຊຸມຊົນ, ຖະໜົນບູຮານ ທີ່ເຊື່ອມຕໍ່ໄປຍັງອັງກໍວັດ
ລວມທັງແຜນຜັງເມືອງເກົ່າ ໃນຍຸກເລີ່ມຕົ້ນຂອງອານາຈັກຂະແມ (ເຊິ່ງຕໍ່ມາ
ໄດ້ກາຍເປັນເມືອງບູຮານ), ເນື້ອທີ່ປະມານ 400 ເຮັກຕາ, ຢູ່ທາງຝັ່ງຂວາ
(ຕາເວັນຕົກ) ຂອງແມ່ນໍ້າຂອງ. ນອກນັ້ນ ຍັງມີແຫຼ່ງທີ່ຕັ້ງຂອງຊຸມຊົນແຫ່ງທີ 2 ໃນຍຸກສະໄໝອັງກໍວັດຢູ່ ທາງທິດໃຕ້ຂອງວັດພູ
ໃນພື້ນທີ່ມໍລະດົກທາງດ້ານວັດທະນະທໍາຈໍາປາສັກ ຍັງມີສະຖານທີ່ບູຮານຄະດີອື່ນໆອີກ ເຊັ່ນ:
ໂຮງນາງສີດາ, ໂຮງທ້າວເຕົ່າ ແລະ ວັດໂຕະໂໝະ
ທີ່ຕັ້ງຢູ່ທາງຕາ ເວັນອອກ ເບື້ອງຝັ່ງແມ່ນໍ້າຂອງ.
ໝູ່ບ້ານຊົນເຜົ່າ ແຂວງ ຈຳປາສັກ
ການເດີນທາງ: ອອກຈາກຕົວເມືອງ
ປາກເຊ ປະມານ 40 ກິໂລແມັດ ຂັບລົດໄປຕາມເສັ້ນທາງເລກ 13 ຈະຜ່ານທາງແຍຫໄປຄອນພະເພັງຈຸດຫຼັກ ກມ.ທີ 8 (ບໍ່ຕ້ອງລ້ຽວ)
ຂັບໄປສື່ໆຕາມຫຼັກ ກມ.ທີ 21 ໃຫ້ລ້ຽວຊ້າຍມືໄປອີກ 3 ກມ.
ກໍ່ຈະເຖິງບໍລິເວນອຸກທະຍານບາຈຽງ ນ້ຳຕົກຕາດຜາສ້ວມ
ສະຖານທີ່ທ່ຽວແຫ່ງນີ້ກິດຈະການແມ່ນເປັນຂອງທ່ານ
ວິມົນ ກິດບຳລຸງ (ຄົນໄທ) ທີ່ແຕ່ງງານກັບສາວລາວ ແລະ
ໄດ້ມີຄວາມຫຼົງໄຫຼໃນມົນສະເໜ່ຂອງເມືອງລາວໂດຍສະເພາະແມ່ນສະຖານທີ່ນີ້
ລາວເລີຍມີການສ້າງສະຖານທີ່ແຫ່ງນີ້ຂຶ້ນມາໃຫ້
ກາຍເປັນບ່ອນທ່ອງທ່ຽວທີ່ສວຍງາມແລະສຳຄັນຂອງແຂວງຈຳປາສັກ
ແລະ ຍັງລວບລວມຊົນເຜົ່າຕ່າງໆເຂົ້າມາໄວ້ເຖິງທີ່ນີ້ເຖິງ 8 ຊົນເຜົ່າ
ໝູ່ບ້ານຊົນເຜົ່າເປັນສ່ວນໜຶ່ງຂອງອຸດທະຍານບາຈຽງ
ເຊິ່ງຢູ່ບໍ່ໄກຈາກນ້ຳຕົກຜາສ້ວມ ແລະ ນ້ຳຕົກແກ່ງສົ້ມແມວ
ພາຍໃນໂຄງການໄດ້ຮວບຮວມໝູ່ບ້ານບູຮານຫຼາຍຊົນເຜົ່າທີ່ມີເອກະລັກເຫຼືອຢູ່ເຊັ່ນ:
ເຮືອນເຜົ່າກະລ່ຽງ,
ເຮືອນເຜົ່າອາລັກ, ເຮືອນເຜົ່າ ກະຕູ, ເຮືອນເຜົ່າລະແວ, ເຮືອນເຜົ່າຕະໂອ່ຍ, ເຮືອນເຜົ່າຍະເຫີນ, ເຮືອນເຜົ່າແງະ, ພ້ອມທັງຈັກພິພິດທະພັນຊົນເຜົ່າໄວ້ອີກດ້ວຍ
ບ້ານພັກຂອງໂຄງການຖືກດັດແປງ ຈາກບ້ານຕົ້ນແບບຂອງຊົນເຜົ່າ ໄວ້ຕ້ອນຮັບນັກທ່ອງທ່ຽວ
ເລີ່ມແຕ່ປີ 1964 (ສົງຄາມເພີມທະວີຢູ່ລາວ)
ຂອງອາເມລິກາ ແລະ ລູກມືຫວັງດັບມອດຂະບວນ ການຕໍ່ສູ້ເພື່ອສັນຕິພາບ ແລະ ເອກະລາດແຫ່ງຊາດ ຂອງປະຊາຊົນເຮົາ
ໄດ້ເພີ່ມທະວີຄວາມດຸເດືອດ ແລະ ຮຸນແຮງເລື້ອຍໆ, ພວກເຂົາໄດ້ເປີດສາກບຸກໂຈມຕີເຂົ້າເຂດປົດປ່ອຍຂອງກຳລັງຮັກຊາດດ້ວຍຫຼາຍບັ້ນຮົບ
ໃນຂອບເຂດທົ່ວປະເທດ.
ຢູ່ຊຽງຂວາງ ພວກເຂົາໄດ້ເປີດຫຼາຍບັ້ນຮົບ ດ້ວຍຍຸດໂທບາຍ 3ກ້ຽງ-ຂ້າກ້ຽງ, ທຳລາຍກ້ຽງ, ດັບສູນກ້ຽງ.ແຕ່ຍຸດທະສາດບຽດຍຶດ
ຂອງພວກເຮົາເຂດປົດປ່ອຍຂອງພວກເຂົາ ໄດ້ຖືກກຳລັງຮັກ ຊາດ ແລະ ປະຊາຊົນເຮົາ ຕໍ່ຕ້ານຢັນຄືນ
ຢ່າງດຸເດືອດ ພິລະອາດຫານ,ສາມາດຕີຖອຍ ແລະ
ເປີດກ້ວາງເຂດປົດປ່ອຍຂຶ້ນເລື້ອຍໆ; ພາຍໃຕ້ການນຳພາຂອງສູນກາງ
ພັກ ໂດຍສະເພາະຂອງຄະນະພັກການທະຫານ ແຂວງຊຽງຂວາງ ອັນມີ ທ່ານ ສະໝານ ວິຍະເກດ ເປັນຜູ້ບັນ
ຊາການສູງສຸດ, ສາມາດທັບມ້າງກົນອຸບາຍບຽດຢຶດເຂດປົດປ່ອຍຂອງພວກເຂົາ
ໃຫ້ປະລາໄຊລົງ.
ຍ້ອນການປະລາໄຊ ອັນເຈັບແສບຢູ່ບັ້ນຮົບຕ່າງໆດັງກ່າວ
ພວກເຂົາຈຶ່ງເພີ່ມທະວີຝຸງຍົນສູ້ຮົບຍິງທຳລາຍ, ເຜົາຜ່ານເຂດປົດປ່ອຍຢ່າງປ່ວງບ້າ, ໃຊ້ຍົນຖິ້ມລະເບີດຢ່າງບໍ່ເລືອກເປົ້າໝາຍ
ຕະຫຼອດຮອດເຮືອນຊານບ້ານຊ່ອງຂອງປະຊາຊົນເຊັ່ນ: ໂຮງຮຽນ, ໂຮງໝໍ, ວັດວາອາຣາມ ນັບທັງຊີວິດ
ແລະ ຊັບສິນຂອງປະຊາຊົນຈົນນັບບໍ່ຖ້ວນ.
ໃນນັ້ນມີເຫດການໜຶ່ງທີ່ທຸກຄົນອາດລືມໄດ້ນັ້ນກໍ່ຄື ໂສກອະນາດຕະກຳຈາກການຍິງລູກສອນໄຟໃສ່ຖ້ຳປິວ, ເມືອງຄຳ, ແຂວງຊຽງຂວາງ ຂອງກຳລັງອາກາດສະຫະລັດອາເມລິກາ
ໃນມື້ວັນທີ່ 24 ພະຈິກ1968 ອັນໄດ້ເຂັນຂ້າປະຊາຊົນ
ທີ່ລີ້ໄພຢູ່ໃນນັ້ນ ເສຍຊີວິດພາບດຽວ 374 ຄົນໃນພຽງສ້ຽວວິນາທີ.
4. ນ້ຳຕົກຕາດເຈົ້າ. (ແຂວງໄຊຍະບູລີ)
ຜູ້ຂຽນ: ຂ່າວ ແລະ ພາບໂດຍ: ອົງການພັດທະນາການທ່ອງທ່ຽວ
ວັນອັງຄານ, 05 ສ.ຫ 2014 11:
ທີ່ຕັ້ງນ້ຳຕົກຕາດເຈົ້າ
ຕັ້ງຢູ່ບ້ານທ່າເດື່ອ, ເຊິ່ງຫ່າງຈາກຕົວເມືອງໄຊຍະບູລີ
ໄປທາງທິດເໜືອປະມານ 30 ກິໂລແມັດ.
ການເຂົ້າເຖິງ ນ້ຳຕົກຕາດເຈົ້າ ແມ່ນສາມາດເຂົ້າເຖິງດ້ວຍ ເສັ້ນທາງລົດ ແລະ
ສາມາດໄປໄດ້ທັງສອງລະດູ. ປະຫວັດຄວາມເປັນມາ ນ້ຳຕົກຕາດເຈົ້າ ແມ່ນສະຖານທີ່ ທີ່ປະຊາຊົນ ຊາວເມືອງໄຊຍະບູລີ
ກໍ່ຄືແຂກຕ່າງດ້າວທ້າວຕ່າງແດນ ນິຍົມໄປທ່ຽວຊົມ, ພັກຜ່ອນ ຫຼື ພາກັນມາອາບນ້ຳ
ໂດຍມີຄວາມເຊື່ອວ່າ ເມື່ອອາບແລ້ວ ຈະເຮັດໃຫ້ຮ່າງກາຍແຂງແຮງ ແລະ
ສະສາງລ້າງສ່ວຍສິ່ງທີ່ບໍ່ດີອອກໄປ. ໃນສະໄໝກ່ອນ ພໍຮອດບຸນກຸດສົງການປີໃໝ່ລາວ ຂອງທຸກໆປີ
ເຈົ້າຊີວິດຫຼວງພະບາງ ຈະໃຫ້ຄົນມານຳເອົານ້ຳຢູ່ແຫ່ງນີ້ ໄປຫົດສົງພະບາງ
ຢູ່ທີ່ຫຼວງພະບາງ. ລັກສະນະຂອງນ້ຳຕົກ ເປັນນ້ຳຕົກຕາດ ທີ່ມີຄວາມສູງ ປະມານ 12 ແມັດ, ກ້ວາງປະມານ
2 ແມັດ.
ຢູ່ບໍລິເວນດັ່ງກ່າວ ແມ່ນຖືກປົກຄຸມໄປດ້ວຍຕົ້ນໄມ້ໃຫຍ່, ຢູ່ຈຸດທີ່ນ້ຳອອກ
ມີພະພຸດທະຮູບ ປະດິດສະຖານຢູ່ ເພື່ອໃຫ້ແຂກຄົນທີ່ໄປທ່ຽວຊົມໄດ້ກາບໄຫວ້ບູຊາ.
ມີສາລາໃຫ້ນັກທ່ອງທ່ຽວໄດ້ນັ່ງພັກຜ່ອນ ແລະ ສາມາດຫຼຽວເຫັນທິວທັດ ທຳມະຊາດ ທີ່ສວຍງາມ
ຂອງແມ່ນ້ຳຂອງ
ແຂວງໄຊຍະບູລີ
ເມື່ອເວົ້າເຖິງການພັດທະນາພື້ນຖານໂຄງລ່າງ ຂອງແຂວງໄຊຍະບູລີ ແລ້ວ ຂະແໜງໂຍທາທິການ
ແລະຂົນສົ່ງ ປະຈໍາແຂວງ ໄດ້ມີສ່ວນຮ່ວມທີ່ສໍາຄັນຫຼາຍຢ່າງ
ໂດຍສະເພາະແມ່ນຕິດຕາມການປັບປຸງກໍ່ສ້າງເສັ້ນທາງ, ເຄຫາສະຖານ-ຜັງເມືອງ,
ການພັດທະນາຕົວເມືອງ, ນໍ້າປະປາ, ການຂົນສົ່ງທາງບົກ, ທາງນໍ້າ, ທາງອາກາດ, ພາຍໃນຂອບ ເຂດເທດສະບານແຂວງ,
ບັນດາເມືອງ, ບ້ານ ເພື່ອສ້າງສິ່ງອຳນວຍຄວາມສະດວກດ້ານຄົມມະນາຄົມຂົນສົ່ງ
ແນ່ໃສ່ລຶບລ້າງຄວາມທຸກຍາກຂອງປະຊາຊົນໃຫ້ດີຂື້ນເທື່ອລະກ້າວ.
ໃນໄລຍະປີທີ່ຜ່ານມາ
ພະແນກ ຍທຂ ແຂວງໄຊຍະບູລີ ໄດ້ມີຜົນສໍາເລັດໃນຫຼາຍດ້ານເປັນຕົ້ນ ແມ່ນການປັບປຸງ ແລະ
ຂະຫຍາຍພື້ນຖານໂຄງລ່າງ ທາງດ້ານເສັ້ນທາງຄົມມະນາຄົມ ຂົນສົ່ງ ໃນຂອບເຂດທົ່ວແຂວງ.
ສາມາດຮອງຮັບໃຫ້ແກ່ການຂົນສົ່ງໂດຍສານ ແລະສິນຄ້າໃຫ້ມີຄວາມສະດວກຍິ່ງຂຶ້ນ.
ໃນນັ້ນທາງພະແນກຍັງໄດ້ສຸມໃສ່ ການກໍ່ສ້າງປູຢາງບັນດາເສັ້ນທາງຫຼວງແຫ່ງຊາດ
ເພື່ອເຊື່ອມຕໍ່ກັບບັນດາແຂວງ ແລະພາກພື້ນ. ປັດຈຸບັນທົ່ວແຂວງໄຊຍະບູລີ
ມີເສັ້ນທາງຍາວທັງໝົດ 3.066 ກມ ທຽບໃສ່ປີ 2011 ເພີ້ມຂື້ນ 55.78 ກມ. ທາງປູອາສະຟານມີຄວາມຍາວ 41
ກມ, ທາງປູຢາງ 2 ຊັ້ນມີຄວາມຍາວ 500 ກມ, ທາງປູຫີນ ແລະດິນທໍາມະຊາດມີຄວາມຍາວທັງໝົດ 2.500 ກມ. ບ້ານທີ່ຍັງບໍ່ມີເສັ້ນທາງ ເຂົ້າເຖິງຍັງມີ 5 ບ້ານ, ຫຼຸດລົງຈາກປີທີ່ຜ່ານມາ
3 ບ້ານ.
ເຊິ່ງເປັນບ້ານທີ່ນໍາໃຊ້ເສັ້ນທາງຄົມມະນາຄົມທາງນໍ້າ. ສໍາລັບວຽກງານປັບປຸງຜັງເມືອງ
ໃນເທດສະບານແຂວງ, ເທດສະບານບັນດາເມືອງ
ແລະຜັງຈຸດສຸມ, ຜັງບ້ານພັດທະນາ
ແລະຜັງດ່ານສໍາເລັດ ແລະສອດຄ່ອງກັບການຂະຫຍາຍຕົວເມືອງ ທາງດ້ານເສດ ຖະກິດ-ສັງຄົມ
ໃນປັດຈຸບັນ. ສໍາລັບການປັບປຸງເມືອງໃນເທດສະບານແຂວງ ເບື້ອງຕາເວັນອອກ
ແມ່ນໄດ້ປັບປຸງກໍ່ສ້າງສະໜາມຫຼວງ,
ສໍາເລັດໂຄງການກໍ່ສ້າງດອນກາງທາງ
ແລະໄຟຟ້າເຢືອງທາງເສັ້ນ ທາງອານຸສາວະລີ-ຂົວນໍ້າຮຸງ 4 ແຍກນາໄຮ ເມືອງໄຊຍະບູລີ,
ຕິດຕັ້ງໄຟເຢືອງທາງ
ເສັ້ນທາງ ເດີ່ນຮົ່ມຫາ 3 ແຍກ ບ້ານທະນາ
ເມືອງໄຊຍະບູລີ, ໄດ້ມີການສົບທົບກັບເມືອງໃນການປັບປຸງ
ຜັງເທດສະບານເມືອງບໍ່ແຕນ, ແກ່ນທ້າວ, ເມືອງປາກລາຍ, ເມືອງເງິນ
ແລະເມືອງຊຽງຮ່ອນ ສໍາຫຼວດອອກແບບ ແລະຕັດຜັງບ້ານ ທົ່ວແຂວງລວມທັງບ້ານ ພັດທະນາ 3 ສ້າງ ສໍາເລັດຫຼາຍກວ່າ 70%.
ພ້ອມດຽວກັນນັ້ນທາງພະແນກ
ຍທຂ ປະຈໍາແຂວງໄຊຍະບູລີ ໄດ້ເອົາໃຈໃສ່ຄຸ້ມຄອງການປຸກສ້າງ
ໃຫ້ຖຶກຕ້ອງຕາມລະບຽບທີ່ກໍານົດໄວ້ ໃຫ້ເປັນມິດກັບສິ່ງແວດລ້ອມໃນຕົວເມືອງ
ສ້າງຕົວເມືອງໄຊຍະບູລີ ກາຍເປັນເມືອງຕົວແບບທາງດ້ານສິ່ງແວດລ້ອມສີຂຽວ, ປັບປຸງຄອງລະບາຍນໍ້າໃນເທດສະບານແຂວງ, ກໍ່ສ້າງລະບົບປ້ອງກັນຕະຝັ່ງເຈື່ອນແຄມນໍ້າຮຸ່ງ ເມືອງໄຊຍະບູລີໄດ້ 7 ຈຸດ ມີຄວາມຍາວ 4.7 ກມ, ນໍ້າເຫືອງເມືອງບໍ່ແຕນ 3
ຈຸດ ມີລວງຍາວ 1.290 ແມັດ ແລະພວມກໍ່ສ້າງຢູ່ນໍ້າຮຸ່ງ 3 ຈຸດ ມີຄວາມຍາວ 2.650 ແມັດ.
ນອກນັ້ນຍັງມີການກໍ່ສ້າງພື້ນຖານໂຄງລ່າງນໍ້າປະປາ ສໍາເລັດຢູ່ບັນດາເມືອງເຊັ່ນ: ເມືອງ
ເງິນ, ເມືອງພຽງ, ບ້ານພັດທະນາ, ເມືອງໄຊຍະ
ແລະບ້ານນໍ້າຕວນ-ນາລວມ.
ສໍາລັບສົກປີ 2012-2013 ໂຄງການທີ່ລັດຖະບານມອບໃຫ້
ແຂວງໄຊຍະບູລີຄຸ້ມຄອງມີ ທັງໜົດ 56
ໂຄງການ
ມີມູນຄ່າລວມຂອງໂຄງການ 447.94 ຕື້ກີບ, ໂຄງການຂອງກະຊວງ ຍທຂ ມອບໃຫ້ ແຂວງຄຸ້ມຄອງມີທັງໜົດ 7 ໂຄງການ ມີມູນຄ່າລວມຂອງໂຄງການ 570.86 ຕື້ກີບ ແລະໂຄງການສ້ອມ ແປງສຸກເສີນ ທີ່ໄດ້ຮັບຜົນກະທົບຈາກທໍາມະຊາດມີ 25 ໂຄງການ ມີມູນຄ່າ 45.94 ຕື້ກີບ.
ດ້ວຍການເປັນເຈົ້າການ ແລະຄວາມຮັບຜິດຊອບອັນສູງສົ່ງ ຂອງພະແນກ ໂຍທາທິການ
ແລະຂົນສົ່ງປະຈໍາ ແຂວງໄຊຍະບູລີ
ກໍ່ຄືຜູ້ຮັບຜິດຊອບໂດຍກົງໃນການກໍ່ສ້າງພື້ນຖານໂຄງລ່າງຂອງ ເສດຖະກິດ-ສັງຄົມ ພາຍໃນແຂວງ, ໂດຍສະເພາະແມ່ນວຽກ ງານຂະແໜງ ຍທຂ ໂດຍມີການປະສານສົບທົບກັບກະຊວງ ຍທຂ, ອໍານາດການປົກຄອງ ລວມເຖິງພໍ່ແມ່ປະຊາຊົນທີ່ໃຫ້ການຮ່ວມມືຢ່າງຮອບດ້ານ
ແລະເພື່ອຮັບປະກັນໄດ້ເຖິງ ຄຸນະພາບຂອງ ແຕ່ລະໂຄງການ ໃນການຮັບໃຊ້ປະຊາຊົນ
ເຮັດໃຫ້ຊີວິດການເປັນຢູ່ຂອງປວງຊົນໃຫ້ມີການປ່ຽນແປງ ແລະ ແນ່ໃສ່ລຶບລ້າງຄວາມທຸກ ຍາກ
ຂອງປວງຊົນຕາມທິດຊີ້ນໍາຂອງພັກ-ລັດຖະບານທີ່ວາງໄວໃຫ້ບັນລຸຜົນເປັນຈິງ.
ດັ່ງນັ້ນ ໃນວັນທີ່ 24 ຂອງທຸກໆປີ
ຈຶ່ງກາຍເປັນວັນຄຽດແຄ້ນສົງຄາມຮຸກຮານ, ເປັນວັນລະນຶກ ແລະ
ໄຫວ້ອາໄລເຖິງດວງວິນຍານຂອງພໍ່ແມ່ປະຊາຊົນຜູ້ບໍລິສຸດ ຊຶ່ງຕົກເປັນເຫື່ຍອເຄາະຮ້າຍຈາກເຫດການຄັ້ງນັ້ນ.
ພວກເພິ່ນໄດ້ສະຫຼະຊີວິດເລືອດເນື້ອ ເພື່ອເອກະລາດແຫ່ງຊາດ
ເພື່ອຄວາມສົມດູນພູນສຸກຂອງພວກເຮົາໃນວັນນີ້.
ຫ່າງຈາກຕົວເມືອງໂພນສະຫວັນ
ປະມານ 32 ກິໂລແມັດ, ມີເນື້ອທີ່ທັງໝົດ 54,138.04 ຕາແມັດ, ເປັນແຫຼ່ງທ່ອງທ່ຽວທາງດ້ານວັດທະນະທຳ
ທີ່ໄດ້ຮັບຄວາມນິຍົມເປັນອັນດັບ 3 ຂອງແຂວງ ຊຽງຂວາງ
(ຈາກການສະຫຼຸບໃບປ່ອຍ). ໃນນັ້ນມີໄຫຫີນທັງໝົດ 150ໜ່ວຍ, ມີຕົ້ນໄມ້ທີ່ສວຍງາມ. ໃນລະດູແລ້ງ
ສາມາດເດີນທາງໄປເຖິງແຫຼ່ງທ່ອງທ່ຽວ ໄດ້ຢ່າງສະດວກສະບາຍ, ສ່ວນລະດູຝົນນັກທ່ອງທ່ຽວບ່າງຄົນບໍ່ສາມາດໄປໄດ້ ຍ້ອນທາງຍ່າງ
ຈາກບ້ານຂ້າມທົ່ງນາໄປຫາທົ່ງໄຫຫີນ ມີຄວາມຫຍຸ້ງຍາກຫຼາຍ.
ແຫຼງທ່ອງທຽ່ວ ນ້ຳຕົກຕາດແຂວງອຸດົມໄຊ
ຢູ່ລະຫວ່າງເສັ້ນທາງໂພນສະຫວັນຫາເມືອງໜອງແຮດ 99 ກິໂລແມັດ, ແລະ ຈາກທາງເລກ 7 ເຂົ້າໄປປະມານ5 ກິໂລແມັດ, ທ່ານສາມາດພົບເຫັນຕາດຄາ ທີ່ເປັນຕາດທຳມະຊາດ
ມີຄວາມສວຍງາມເປັນຢ່າງຍິ່ງ.
ພາຍໃນຕາດປະກອບດ້ວຍຫຼາຍຂັ້ນ ໃນນັ້ນຂັ້ນສຸດທ້າຍມີຄວາມສູງປະມານ 40-50 ແມັດ. ແຕ່ລະຂັ້ນມີຄວາມສວຍງາມ ແລະ
ສາມາດເດີນໄດ້ແຕ່ລຸ່ມຂຶ້ນເທິງ. ຄວາມກ້ວາງຂອງຕາດ ປະມານ 40-50 ແມັດ. ພາຍໃນຕາດ ແລະ ອ້ອມຂ້າງ ປະກອບດ້ວຍຕົ້ນໄມ້ ແລະຊີວະນາໆພັນທີ່ອຸດົມສົມບູນ.
ຄາດຄາມີນ້ຳໄຫຼຕະຫຼອດປີ ເປັນນ້ຳທີ່ເກີດຈາກຮູຜາ
ໃນໄລ ຍະທີ່ຜ່ານມາ ນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມແຫຼ່ງທ່ອງ ທ່ຽວແຫ່ງນີ້
ມີຈຳນວນເພີ່ມຂຶ້ນທຸກວັນ, ຊຶ່ງເປັນແຫ່ງທີ່ 2ຂອງແຂວງ
ຊຽງຂວາງທີ່ນັກທ່ອງທ່ຽວສົນໃຈ (ຈາກການສະຫຼຸບຂໍ້ມູນຈາກໃບປ່ອຍ). ຄຽງຄູ່ກັບການເພີ່ມ
ຂຶ້ນຂອງນັກທ່ອງທ່ຽວນັ້ນ ໄຫຫີນ2 ຍັງມີຄວາມຈຳກັດຫຼາຍຢ່າງເປັນຕົ້ນແມ່ນ ບໍມີສະຖານທີ່ໃຫ້ນັກທ່ອງທ່ຽວພັກຜ່ອນ, ບໍ່ມີຮົ້ວອ້ອມແຫຼ່ງທ່ອງທ່ຽວ, ຈຶ່ງເປັນກິດຈະກຳທີ່ຈຳເປັນຈະຕ້ອງໄດ້ພັດທະນາ..
ສະຖານທີ່ດັ່ງກ່າວ
ຕັ້ງຢູ່ຂອບເຂດບ້ານຕ້າ ໃນນັ້ນປະກອບດ້ວຍສາມຖ້ຳ ຊຶ່ງໃນສະໄໝສົງຄາມ
ຖໍ້າທັງໝົດແມ່ນໄດ້ຖືກນຳໃຊ້ເປັນໂຮງໝໍ ເພື່ອປິ່ນປົວທະຫານ ແລະ ປະຊາຊົນລາວທີ່ຖືກເຈັບຈາກການຕໍ່ສູ້
ມາຮອດປະຈຸບັນ ຖ້ຳດັ່ງກ່າວແມ່ນມີຄວາມສວຍງາມ ແລະ ເປັນເອກະລັກສະເພາະ
ຊຶ່ງເໝາະແກ່ນັກທ່ອງທ່ຽວທີ່ມັກເຂົ້າຊົມ ແລະ ສຶກສາຄົ້ນຄົ້ວໃນຖ້ຳ, ບໍລິເວນພື້ນຖ້ຳເປັນຮູບໄຮ່ນາ
ແລະ ຄັນນາທີ່ມີຄວາມສວຍງາມ ສ່ວນຝາດ້ານຂ້າງ ແລະ
ເພດານປະກອບດ້ວຍໜໍ່ຫີນທີ່ມີລວດ ລາຍສີເຫຼືອງເຫຼື້ອມຍິບຍັບ
ສ້າງຄວາມປະທັບໃຈໃຫ້ແກ່ແຂກຄົນ ທີ່ມາຢ້ຽມຊົມ.
ຢູ່ລະຫວ່າງເສັ້ນທາງໜອງຕັ່ງຫາຖ້ຳພະ
ເບື້ອງຊ້າຍມື ປະມານ 240 ແມັດ, ຍັງມີຖ້ຳໂລງເປັນຖ້ຳທີ່
ເກີດຂຶ້ນຢູ່ບໍລິເວນໜ້າຜາ ຫ່າງຈາກໜ້ດິນປະມານ 24 ແມັດ. ຖ້ຳດັ່ງກ່າວ ມີຄວາມເລິກປະມານ 12 ແມັດ ແລະ ກ້ວາງ ປະມານ 7-8 ແມັດ.
ພາຍໃນຖ້ຳປະກອບດ້ວຍໂລງ ແລະ ກະດູກຂອງຄົນ ສະໄໝກ່ອນ, ໂລງດັ່ງກ່າວມີຄວາມຍາວ ປະມານ 2.80 ແມັດ, ສ່ວນໂລງທີ່ສັ້ນມີຄວາມຍາວ ປະມານ 1-1.20 ແມັດ.
ໂລງດັ່ງກ່າວສ້າງດ້ວຍໄມ້ຮິ້ງຫອມ ລັກສະນະການສ້າງແມ່ນສ້າງດ້ວຍໄມ້ກົມຝ່າເຄິ່ງ
ແລ້ວຄັວດທາງໃນ ເພື່ອໃສ່ຊາກສົບ.
ຢູ່ລະຫວ່າງເສັ້ນທາງໜອງຕັ່ງຫາຖ້ຳພະ
ເບື້ອງຊ້າຍມື ປະມານ 240 ແມັດ, ຍັງມີຖ້ຳໂລງເປັນຖ້ຳທີ່ ເກີດຂຶ້ນຢູ່ບໍລິເວນໜ້າຜາ ຫ່າງຈາກໜ້ດິນປະມານ 24 ແມັດ. ຖ້ຳດັ່ງກ່າວ ມີຄວາມເລິກປະມານ 12 ແມັດ ແລະ ກ້ວາງ ປະມານ 7-8 ແມັດ. ພາຍໃນຖ້ຳປະກອບດ້ວຍໂລງ ແລະ ກະດູກຂອງຄົນ ສະໄໝກ່ອນ, ໂລງດັ່ງກ່າວມີຄວາມຍາວ
ປະມານ 2.80 ແມັດ, ສ່ວນໂລງທີ່ສັ້ນມີຄວາມຍາວ ປະມານ 1-1.20 ແມັດ. ໂລງດັ່ງກ່າວສ້າງດ້ວຍໄມ້ຮິ້ງຫອມ
ລັກສະນະການສ້າງແມ່ນສ້າງດ້ວຍໄມ້ກົມຝ່າເຄິ່ງ ແລ້ວຄັວດທາງໃນ ເພື່ອໃສ່ຊາກສົບ.
ນອກຈາກໂລງທີ່ແປກປະຫຼາດແລ້ວ ຍັງມີກະດູກຈຳນວນໜຶ່ງ
ໃນນັ້ນກະດູກຄາງກະໄຕມີແຂ້ວເຖິງ 18 ເຫຼັ້ມ. ດັ່ງນັ້ນ, ມາຮອດປະຈຸບັນຍັງບໍ່ທັນມີມີຄຳຕອບເທື່ອວ່າ:
ກະດູກດັ່ງກ່າວ ເປັນຂອງຄົນຍຸກໃດ ຊຶ່ງເປັນສິ່ງທີ່ໜ້າສຶກສາ ໃນຂັ້ນຕໍ່ໄປ
. ສະຖານທີ່ດັ່ງກ່າວ ຕັ້ງຢູ່ຂອບເຂດບ້ານຕ້າ ໃນນັ້ນປະກອບດ້ວຍສາມຖ້ຳ ຊຶ່ງໃນສະໄໝສົງຄາມ ຖໍ້າທັງໝົດແມ່ນໄດ້ຖືກນຳໃຊ້ເປັນໂຮງໝໍ ເພື່ອປິ່ນປົວທະຫານ ແລະ ປະຊາຊົນລາວທີ່ຖືກເຈັບຈາກການຕໍ່ສູ້ ມາຮອດປະຈຸບັນ ຖ້ຳດັ່ງກ່າວແມ່ນມີຄວາມສວຍງາມ ແລະ ເປັນເອກະລັກສະເພາະ ຊຶ່ງເໝາະແກ່ນັກທ່ອງທ່ຽວທີ່ມັກເຂົ້າຊົມ ແລະ ສຶກສາຄົ້ນຄົ້ວໃນຖ້ຳ, ບໍລິເວນພື້ນຖ້ຳເປັນຮູບໄຮ່ນາ ແລະ ຄັນນາທີ່ມີຄວາມສວຍງາມ ສ່ວນຝາດ້ານຂ້າງ ແລະ ເພດານປະກອບດ້ວຍໜໍ່ຫີນທີ່ມີລວດ ລາຍສີເຫຼືອງເຫຼື້ອມຍິບຍັບ ສ້າງຄວາມປະທັບໃຈໃຫ້ແກ່ແຂກຄົນ ທີ່ມາຢ້ຽມຊົມ. ຢູ່ລະຫວ່າງເສັ້ນທາງໜອງຕັ່ງຫາຖ້ຳພະ ເບື້ອງຊ້າຍມື ປະມານ 240 ແມັດ, ຍັງມີຖ້ຳໂລງເປັນຖ້ຳທີ່ ເກີດຂຶ້ນຢູ່ບໍລິເວນໜ້າຜາ ຫ່າງຈາກໜ້ດິນປະມານ 24 ແມັດ. ຖ້ຳດັ່ງກ່າວ ມີຄວາມເລິກປະມານ 12 ແມັດ ແລະ ກ້ວາງ ປະມານ 7-8 ແມັດ. ພາຍໃນຖ້ຳປະກອບດ້ວຍໂລງ ແລະ ກະດູກຂອງຄົນ ສະໄໝກ່ອນ, ໂລງດັ່ງກ່າວມີຄວາມຍາວ ປະມານ 2.80 ແມັດ, ສ່ວນໂລງທີ່ສັ້ນມີຄວາມຍາວ ປະມານ 1-1.20 ແມັດ. ໂລງດັ່ງກ່າວສ້າງດ້ວຍໄມ້ຮິ້ງຫອມ ລັກສະນະການສ້າງແມ່ນສ້າງດ້ວຍໄມ້ກົມຝ່າເຄິ່ງ ແລ້ວຄັວດທາງໃນ ເພື່ອໃສ່ຊາກສົບ.
. ສະຖານທີ່ດັ່ງກ່າວ ຕັ້ງຢູ່ຂອບເຂດບ້ານຕ້າ ໃນນັ້ນປະກອບດ້ວຍສາມຖ້ຳ ຊຶ່ງໃນສະໄໝສົງຄາມ ຖໍ້າທັງໝົດແມ່ນໄດ້ຖືກນຳໃຊ້ເປັນໂຮງໝໍ ເພື່ອປິ່ນປົວທະຫານ ແລະ ປະຊາຊົນລາວທີ່ຖືກເຈັບຈາກການຕໍ່ສູ້ ມາຮອດປະຈຸບັນ ຖ້ຳດັ່ງກ່າວແມ່ນມີຄວາມສວຍງາມ ແລະ ເປັນເອກະລັກສະເພາະ ຊຶ່ງເໝາະແກ່ນັກທ່ອງທ່ຽວທີ່ມັກເຂົ້າຊົມ ແລະ ສຶກສາຄົ້ນຄົ້ວໃນຖ້ຳ, ບໍລິເວນພື້ນຖ້ຳເປັນຮູບໄຮ່ນາ ແລະ ຄັນນາທີ່ມີຄວາມສວຍງາມ ສ່ວນຝາດ້ານຂ້າງ ແລະ ເພດານປະກອບດ້ວຍໜໍ່ຫີນທີ່ມີລວດ ລາຍສີເຫຼືອງເຫຼື້ອມຍິບຍັບ ສ້າງຄວາມປະທັບໃຈໃຫ້ແກ່ແຂກຄົນ ທີ່ມາຢ້ຽມຊົມ. ຢູ່ລະຫວ່າງເສັ້ນທາງໜອງຕັ່ງຫາຖ້ຳພະ ເບື້ອງຊ້າຍມື ປະມານ 240 ແມັດ, ຍັງມີຖ້ຳໂລງເປັນຖ້ຳທີ່ ເກີດຂຶ້ນຢູ່ບໍລິເວນໜ້າຜາ ຫ່າງຈາກໜ້ດິນປະມານ 24 ແມັດ. ຖ້ຳດັ່ງກ່າວ ມີຄວາມເລິກປະມານ 12 ແມັດ ແລະ ກ້ວາງ ປະມານ 7-8 ແມັດ. ພາຍໃນຖ້ຳປະກອບດ້ວຍໂລງ ແລະ ກະດູກຂອງຄົນ ສະໄໝກ່ອນ, ໂລງດັ່ງກ່າວມີຄວາມຍາວ ປະມານ 2.80 ແມັດ, ສ່ວນໂລງທີ່ສັ້ນມີຄວາມຍາວ ປະມານ 1-1.20 ແມັດ. ໂລງດັ່ງກ່າວສ້າງດ້ວຍໄມ້ຮິ້ງຫອມ ລັກສະນະການສ້າງແມ່ນສ້າງດ້ວຍໄມ້ກົມຝ່າເຄິ່ງ ແລ້ວຄັວດທາງໃນ ເພື່ອໃສ່ຊາກສົບ.
ແຫຼ່ງທ່ອງທ່ຽວ
ແຂວງຊຽງຂວງ
ໃນໄລ ຍະທີ່ຜ່ານມາ ນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມແຫຼ່ງທ່ອງ ທ່ຽວແຫ່ງນີ້
ມີຈຳນວນເພີ່ມຂຶ້ນທຸກວັນ, ຊຶ່ງເປັນແຫ່ງທີ່ 2ຂອງແຂວງ
ຊຽງຂວາງທີ່ນັກທ່ອງທ່ຽວສົນໃຈ (ຈາກການສະຫຼຸບຂໍ້ມູນຈາກໃບປ່ອຍ). ຄຽງຄູ່ກັບການເພີ່ມ
ຂຶ້ນຂອງນັກທ່ອງທ່ຽວນັ້ນ ໄຫຫີນ2 ຍັງມີຄວາມຈຳກັດຫຼາຍຢ່າງເປັນຕົ້ນແມ່ນ ບໍມີສະຖານທີ່ໃຫ້ນັກທ່ອງທ່ຽວພັກຜ່ອນ, ບໍ່ມີຮົ້ວອ້ອມແຫຼ່ງທ່ອງທ່ຽວ, ຈຶ່ງເປັນກິດຈະກຳທີ່ຈຳເປັນຈະຕ້ອງໄດ້ພັດທະນາ..
ຕັ້ງຢູ່ທາງທິດຕາເວັນຕົກສ່ຽງເໜືອ ຂອງຕົວເມືອງໂພນສະຫວັນ ປະມານ 8 ກິໂລແມັດ, ໃນນັ້ນປະກອບດ້ວຍໄຫຫີນທັງໝົດ 334ໜ່ວຍ, ຈາກການປະເມີນທາງດ້ານນ້ຳໜັກ ແລະ ວັດຮອບຕົວຈິງຂອງອົງການ UNESCO ແລ້ວເຫັນວ່າໄຫຫີນ ໜ່ວຍທີ່ໃຫຍ່ກ່າວໝູ່ມີນ້ຳໜັກຫຼາຍກ່ວາ 10.000 ກິໂລກຼາມ ແລະ ມີວັດຮອບ 8,14 ແມັດ, ບັນຫາດັ່ງກ່າວຈຶ່ງເປັນທີ່ໜ້າສົນໃຈວ່າ:
ໃນຍຸກ 2500-3000 ປີ ທີ່ຜ່ານມາ (ປີທີ່ໄຫຫີນຖືກສ້າງຂຶ້ນ) (Miss Coloni, 1930-1935), ກ່ອນບໍ່ທັນມີກົນຈັກທີ່ທັນສະໄໝ
ຈຶ່ງໜ້າຕັ້ງຂໍ້ສັງເກດວ່າ ຄົນສະໃໝກ່ອນຂົນຍ້າຍໄຫຫີນ
ດ້ວຍວິທີໃດຈາກບ່ອນພະລິດໄຫຫີນ(ພູເກັງ) ທີ່ມີໄລຍະທາງເກືອບ 10 ກິໂລແມັດ. ພາຍໃນທົ່ງໄຫຫີນຍັງມີຖ້ຳ ທີ່ມີຄວາມລຶກລັບທາງ
ດ້ານປະຫວັດສາດອີກຫຼາຍຢ່າງ ທີ່ໜ້າສຶກສາ.
ຕັ້ງຢູ່ໃຈກາງຂອງເມືອງຄູນ
ຊຶ່ງຫ່າງຈາກຕົວເມືອງໂພນສະຫວັນປະມານ 30 ກິໂລແມັດ, ເປັນວັດທີ່ສ້າງຕັ້ງຂຶ້ນກ່ອນໝູ່ໝົດ
ໃນດິນແດນຂອງເມືອງພວນສ້າງ ຂຶ້ນ ໃນປີ ຈສ 744, ມາຮອດປະຈຸບັນ
(2006) ມີອາຍຸໄດ້ 675 ປີ. ເຈົ້າລ້ານຄຳກອງ ເປັນອາດຍາປົກຄອງເມືອງພວນ ໄດ້ນຳພາປະຊາຊົນຊອກຫາຊ່າງ
ຜູ້ມີຝີມືໃນການສ້າງວັດວາອາຮາມ ຈຶ່ງພົບອາຈານທຳມະຄາຖາ
ຜູ້ທີ່ມີສີມືໃນການສ້າງວັດຢູ່ຫຼວງພະບາງມາແລ້ວມາສ້າງ. ພໍສ້າງສຳເລັດແລ້ວ
ເຈົ້າລ້ານຄຳກອງໄດ້້ນຳພະ ພຸດທະຮູບອົງສັກສິດມາຈາກຫົງສາວະດີ (ພະມ້າໃນປະຈຸບັນ)
ມາປະທັບໄວ້ວັດດັ່ງກ່າວ. ໃນຍຸກສະໄໝນັ້ນ ເມືອງພວນມີຄວາມຈະເລີນຮຸ່ງເຮືອງສຸດຂີດ. ດັ່ງນັ້ນ, ວັດເພຍວັດ
ຈຶ່ງເປັນບ່ອນຮ່ຳຮຽນຂອງພະສົງສຳມະເນນໃນຍຸກນັ້ນ.
ນອກຈາກໂລງທີ່ແປກປະຫຼາດແລ້ວ ຍັງມີກະດູກຈຳນວນໜຶ່ງ
ໃນນັ້ນກະດູກຄາງກະໄຕມີແຂ້ວເຖິງ 18 ເຫຼັ້ມ. ດັ່ງນັ້ນ, ມາຮອດປະຈຸບັນຍັງບໍ່ທັນມີມີຄຳຕອບເທື່ອວ່າ:
ກະດູກດັ່ງກ່າວ ເປັນຂອງຄົນຍຸກໃດ ຊຶ່ງເປັນສິ່ງທີ່ໜ້າສຶກສາ ໃນຂັ້ນຕໍ່ໄປ.
ມາຮອດປະຈຸບັນ
ຖ້ຳໂລງແມ່ນໄດ້ເປີດເປັນແຫຼ່ງທ່ອງທ່ຽວ ຢ່າງເປັນທາງການແລ້ວ
ແຕ່ກໍ່ມີບາງຢ່າງຈຳເປັນທີ່ຈະຕ້ອງໄດ້ພັດທະນາ ໂດຍສະເພາະແມ່ນເສັ້ນທາງ
ເພື່ອໃຫ້ນັກທ່ອງທ່ຽວສາມາດໄປໄດ້ ຢ່າງສະດວກສະບາຍ.
ນອກຈາກໂລງທີ່ແປກປະຫຼາດແລ້ວ ຍັງມີກະດູກຈຳນວນໜຶ່ງ ໃນນັ້ນກະດູກຄາງກະໄຕມີແຂ້ວເຖິງ 18 ເຫຼັ້ມ. ດັ່ງນັ້ນ, ມາຮອດປະຈຸບັນຍັງບໍ່ທັນມີມີຄຳຕອບເທື່ອວ່າ:
ກະດູກດັ່ງກ່າວ ເປັນຂອງຄົນຍຸກໃດ ຊຶ່ງເປັນສິ່ງທີ່ໜ້າສຶກສາ ໃນຂັ້ນຕໍ່ໄປ.
ໄຫຫີນ 2
ຕັ້ງຢູ່ລະຫວ່າງທາງຕົວເມືອງໂພນສະຫວັນ ຫາ ເມືອງຜາໄຊ ປະມານ 20 ກິໂລແມັດ, ເປັນແຫຼ່ງທ່ອງທ່ຽວ ທີ່ມີໄຫຫີນ ແລະ ຕົ້ນໄມ້ທີ່ສວຍງາມ, ໃນນັ້ນມີໄຫຫີນ ທັງໝົດ 92 ໜ່ວຍ, ມີທາດ 1 ທາດ, ຊຶ່ງຊາວບ້ານເວົ້າວ່າສ້າງຂຶ້ນ ໂດຍຝຣັ່ງ ແຕ່ບໍ່ມີຂໍ້ມູນຢັ້ງຢືນ.
ໃນໄລ ຍະທີ່ຜ່ານມາ ນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມແຫຼ່ງທ່ອງ ທ່ຽວແຫ່ງນີ້ ມີຈຳນວນເພີ່ມຂຶ້ນທຸກວັນ, ຊຶ່ງເປັນແຫ່ງທີ່ 2ຂອງແຂວງ ຊຽງຂວາງທີ່ນັກທ່ອງທ່ຽວສົນໃຈ (ຈາກການສະຫຼຸບຂໍ້ມູນຈາກໃບປ່ອຍ). ຄຽງຄູ່ກັບການເພີ່ມ ຂຶ້ນຂອງນັກທ່ອງທ່ຽວນັ້ນ ໄຫຫີນ2 ຍັງມີຄວາມຈຳກັດຫຼາຍຢ່າງເປັນຕົ້ນແມ່ນ ບໍມີສະຖານທີ່ໃຫ້ນັກທ່ອງທ່ຽວພັກຜ່ອນ, ບໍ່ມີຮົ້ວອ້ອມແຫຼ່ງທ່ອງທ່ຽວ, ຈຶ່ງເປັນກິດຈະກຳທີ່ຈຳເປັນຈະຕ້ອງໄດ້ພັດທະນາ..
ມາຮອດປະຈຸບັນ
ຖ້ຳໂລງແມ່ນໄດ້ເປີດເປັນແຫຼ່ງທ່ອງທ່ຽວ ຢ່າງເປັນທາງການແລ້ວ ແຕ່ກໍ່ມີບາງຢ່າງຈຳເປັນທີ່ຈະຕ້ອງໄດ້ພັດທະນາ
ໂດຍສະເພາະແມ່ນເສັ້ນທາງ ເພື່ອໃຫ້ນັກທ່ອງທ່ຽວສາມາດໄປໄດ້ ຢ່າງສະດວກສະບາຍ.ໃນໄລ ຍະທີ່ຜ່ານມາ ນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມແຫຼ່ງທ່ອງ ທ່ຽວແຫ່ງນີ້ ມີຈຳນວນເພີ່ມຂຶ້ນທຸກວັນ, ຊຶ່ງເປັນແຫ່ງທີ່ 2ຂອງແຂວງ ຊຽງຂວາງທີ່ນັກທ່ອງທ່ຽວສົນໃຈ (ຈາກການສະຫຼຸບຂໍ້ມູນຈາກໃບປ່ອຍ). ຄຽງຄູ່ກັບການເພີ່ມ ຂຶ້ນຂອງນັກທ່ອງທ່ຽວນັ້ນ ໄຫຫີນ2 ຍັງມີຄວາມຈຳກັດຫຼາຍຢ່າງເປັນຕົ້ນແມ່ນ ບໍມີສະຖານທີ່ໃຫ້ນັກທ່ອງທ່ຽວພັກຜ່ອນ, ບໍ່ມີຮົ້ວອ້ອມແຫຼ່ງທ່ອງທ່ຽວ, ຈຶ່ງເປັນກິດຈະກຳທີ່ຈຳເປັນຈະຕ້ອງໄດ້ພັດທະນາ..
ຫ່າງຈາກຕົວເມືອງ ໂພນສະຫວັນປະມານ 42 ກິໂລແມັດ, ເປັນສະຖານທີ່ເປົ້າໝາຍ
ເປັນແຫຼ່ງທ່ອງທ່ຽວທຳມະຊາດ, ມີຄວາມສວຍງາມພໍສົມຄວນພາຍ ໃນແຫຼ່ງທ່ອງທ່ຽວ ມີຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ
ແລະ ຕົ້ນໄມ້ນາໆຊະນິດ
ມາຮອດປະຈຸບັນ ຖ້ຳໂລງແມ່ນໄດ້ເປີດເປັນແຫຼ່ງທ່ອງທ່ຽວ ຢ່າງເປັນທາງການແລ້ວ ແຕ່ກໍ່ມີບາງຢ່າງຈຳເປັນທີ່ຈະຕ້ອງໄດ້ພັດທະນາ ໂດຍສະເພາະແມ່ນເສັ້ນທາງ ເພື່ອໃຫ້ນັກທ່ອງທ່ຽວສາມາດໄປໄດ້ ຢ່າງສະດວກສະບາຍ.
ປະຈຸບັນຍັງບໍມີທາງເຂົາໄປປະມານ 3 ກິໂລແມັດ, ມີແຕ່ທາງຍ່າງແຕ່ບໍສະ
ດວກ. ດັ່ງນັ້ນຜູ້ທີ່ມີຄວາມປະສົງສຳປະທານ ແລະ ອຳນາດການປົກຄອງເມືອງ
ຈະຕ້ອງໄດ້ເອົາໃຈໃສ່ຕໍ່ກັບ ການພັດທະນາໂຄງລ່າງພື້ນຖານ ເພື່ອເປີດເປັນແຫຼ່ງທ່ອງທ່ຽວໃນອະນາຄົດ.
ຕົກມາຮອດຊຸມປີ ຄສ 1874, ຈສ 1287 ສົງຄາມພາຍນອກໄດ້ເຂົ້າມາມ້າງເພທຳລາຍ (ເສິກຫໍ້) ເຊິ່ງພວກເຂົາໄດ້ຕັດແຂນພະ
ເຈົ້າອົງຕື້ເບື້ອງຂວາອອກ ເພື່ອຊອກຫາໂລຫະທີ່ມີຄ່າ ແຕ່ສິມຍັງບໍ່ຖືກທຳລາຍ. ມາຮອດປີ 1953, ຈສ 1315 ໄດ້ຖືກສົງຄາມຂອງ ຈັກກະພັດຝຣັ່ງທຳລາຍສິມ ແລະ ພະພຸດທະຮູບເຮັດໃຫ້ເພພັງຢ່າງໜັກ.
ຕໍ່ມາຮອດປີ ຄສ 1954 ເຈົ້າສຸດທະກຸມມານ (ເຈົ້າຊາຍຄຳ)
ເປັນເຈົ້າປົກຄອງເມືອງພວນໄດ້ນຳພາປະຊາຊົນຊາວເມືອງພວນປະຕິສັງຂອນວັດ ແລະ ສີມຄືນໄໝ
ເຮັດໃຫ້ມີຄວາມສວຍງາມຄືກັບສະໄໝ່ກ່ອນ. ມາຮອດປີ ຄສ 1969, ຈສ 1331 ໄດ້ຖືກສົງຄາມຂອງຈັກະພັດອາເມລິກາ ທຳລາຍຈົນໝົດກ້ຽງ
ຈຶ່ງຍັງເຫຼືອພຽງແຕ່ພະພຸດທະຮູບທີ່ຖືກບາດແຜຕາກແດດໃຫ້ເຮົາເບິ່ງເຖິງທຸກວັນນ
ມີໄລຍະທາງ ຈາກຕົວເມືອງໂພນສະຫວັນໄປ
ທາງທິດ ຕາເວັນຕາເວັນອອກ ສຽງເໜືອປະມານ 40 ກິໂລແມັດ, ມີໄລຍະທາງຈາກສາມແຍກໜອງເປັດປະມານ 5 ກິໂລແມັດ, ເປັນທາງດິນແດງ.
0:08
From
the weຍຍຂຍຂhju7uຮຮຮຮຮຮຮຶ
Subscribe to:
Posts (Atom)